ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ທີ່ຈົດທະບຽນໃນປະເທດລາວມີພັນທະກິດຄືການ ສ້າງແບຣນຮ້ານອາຫານ ແລະ ສິນຄ້າທ້ອງຖິ່ນໃນລາວໃຫ້ສາມາດຂາຍໄດ້ຢ່າງມີຄຸນນະພາບ ບໍລີສັດສ້າງຂຶ້ນໃນວັນທີ່ 28/05/2025
ທີມງານຟູດແບ້ງຄື ທີມຄົນລຸ້ນໃໝ່ທີ່ຈະນຳໃຊ້ລະບົບໄອທີ ມາຊ່ວຍໃຫ້ທຸລະກິດອາຫານໃຫ້ປະເທດລາວສະອາດ ສົດໃໝ່ໂດຍ 4 ຫຼັກການດັ່ງລຸ່ມນີ້:
1. ວັດຖຸດິບຕ້ອງມາຈາກແຫຼ່ງທຳມະຊາດ ແລະ ປອດສານພິດ ສົດໃໝ່ຈາກຜູ້ຜະລິດໂດຍກົງ
2. ລະບົບການຂົນສົ່ງວັດຖຸດິບທີ່ຄວບຄຸມ ແລະ ສະຖຽນຕົງເວລາ ສາມາດຄາດຄະເນວັດຖຸດິບທີ່ຊັດເຈນຕົງຈຸດ
3. ອາຫານຕ້ອງແຊບ ແຕ່ກິນແລ້ວບໍ່ເສຍສຸຂະພາບ
4. ເມນູອາຫານປັບປ່ຽນໄປຕາມຍຸກສະໄໝ ບໍ່ຈຳເຈ
ຟູດແບ້ງຄືບໍລິສັດທີ່ສ້າງຕັ້ງໂດຍຄົນລາວຮ້ອຍສ່ວນຮ້ອຍໂດຍທີມງານຄົນລາວທັງໝົດເຮົາຈະສ້າງເຄື່ອງມືການສ້າງລາຍໄດ້ໃຫ້ກັບຄົນລາວ ການເຕີບໃຫຍ່ຂອງເຮົາຕ້ອງເຕີບໃຫຍ່ໄປນຳກັນ ພວກເຮົາຈະຍຶດໝັ້ນໃນຫຼັກການຂ້າງເທິງ ແລະ ສ້າງບໍລິສັດໃຫ້ເຕີບໃຫຍ່ຈົນສາມາດບັນລຸເປົ້າໝາຍກໍ່ຄື ກາຍເປັນຜູ້ນຳໃນທຸລະກິດອາຫານໃນປະເທດລາວ